ສູນວິເຄາະ ແລະ ລະບາດວິທະຍາ(ສວລ)

ສູນວິເຄາະ ແລະ ລະບາດວິທະຍາ (ສວລ) ແມ່ນການຈັດຕັ້ງດ້ານວິຊາການຂອງກະຊວງສາທາລະນາສຸກພາຍໃຕ້ການຄຸ້ມຄອງມະຫາພາກຂອງກົມຄວບຄຸມພະຍາດຕິດຕໍ່. ສ້າງຕັ້ງຂື້ນ ໃນປີ 1998 ມີພາລະບົດບາດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດ 02 ຂົງເຂດວຽກງານໃນດ້ານສາທາລະນະສຸກທີ່ສຳຄັນຄື: ວຽກງານເຝົ້າລະວັງ ແລະ ໂຕ້ຕອບຂອງພະຍາດ ແລະ ວຽກງານວິເຄາະການແພດ. ນອກຈາກນີ້ ອົງການອະນາໄມໂລກຍັງໄດ້ຮັບຮອງໃຫ້ເປັນສູນໄຂ້ຫວັດແຫ່ງຊາດ, ເປັນຫ້ອງວິເຄາະອ້າງອີງພະຍາດໝາກແດງໃຫ່ຍ, ໝາກແດງນ້ອຍ,  ອັກເສບສະໝອງຍີ່ປຸ່ນ ແລະ ກະຊວງສາທາລະນະສຸກແຕ່ງຕັ້ງໃຫ້ເປັນຕຸດປະສານງານແຫ່ງຊາດດ້ານວຽກງານວິເຄາະການແພດ, ກອງເລຂາຄະນະຊີ້ນໍາວຽກງານວິເຄາະການແພດສຳລັບຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຍຸດທະສາດດ້ານວຽກງານວິເຄາະການແພດຊື່ງເປັນອົງປະກອບທີ່ສໍາຄັນໃນການພັດທະນາລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ.

ວິໄສທັດ

ເສີມສ້າງວຽກງານສາທາລະນະສຸກໃນ ສປປ ລາວ ທາງດ້ານຄຸນນະພາບໃນການບໍລິການວຽກງານວິເຄາະການແພດ, ການເຝົ້າລະວັງ ແລະ ໂຕ້ຕອບພະຍາດລະບາດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ພັນທະກິດ

ສູນວິເຄາະ ແລະ ລະບາດວິທະຍາ ມຸ່ງໝັ້ນໃນການບໍລິການດ້ານສຸຂະພາບຂອງປະຊາຊົນທາງດ້ານການເຝົ້້າລະວັງຊອກຫາສັນຍານເຕືອນການລະບາດ ແລະ ຄົ້ນຫາເຊື້ອພະຍາດທີ່ເປັນສາເຫດການເຈັບເປັນ, ການລະບາດແຕ່ຫົວທີເພື່ອຄວບຄຸ່ມ ແລະ ໂຕ້ຕອບໄວ້. ເປັນຫ້ອງວິເຄາະອ້າງອີງແຫ່ງຊາດທີ່ສະໜອງການກວດວິເຄາະໄວ, ຖືກຕ້ອງ, ຊັດເຈນ ແລະ ໜ້າເຊື່ອຖືື ເພື່ອສະໜັບສະໜູນການບົ່ງມະຕິພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ ແລະ ກັບຄືນມາໃໝ່ ແລະ ວຽກງານສືກສາຄົ້ນຄ້ວາ.

ໂຄງຮ່າງການຈັດຕັ້ງ

ສູນວິເຄາະ ແລະ ລະບາດວິທະຍາປະກອບມີ 03 ຂະແໜງການດັ່ງນີ້:

1 ຂະແໜງບໍລິຫານ
2 ຂະແໜງລະບາດວິທະຍາ
3 ຂະແໜງວິເຄາະ

ຂະແໜງບໍລິຫານ ປະກອບມີ 03 ໜ່ວຍງານຄື:

1) ໜ່ວຍງານຄຸ້ມຄອງບໍລິຫານ
2) ໜ່ວຍງານແຜນການ
3) ໜ່ວຍງານການເງິນ
ແຜນໆຄຸ້ມຄອງບໍລິຫານ ມີໜ້າທີ່ຄຸ້ມບໍລິການວຽກງານສວນ, ພົວພັນ ປະສານງານທັງພາຍໃນ ແລະ ພາຍນອກ, ຮ່ວມມືກັບພາກສ່ວນອື່ນໆ ແລະ ຄູ່ ຮ່ວມງານສາກົນ, ສ້າງແຜນງານ ໂຄງການດ້ານວຽກງານວິເຄາະ ແລະ ລະບາດ ວິທະຍາ, ອ ຳນວຍຄວາມສະດວກ, ຄຸ້ມຄອງພະນັກງານ, ວັດຖຸອຸປະກອນ, ຊັບ ສົມບັດຂອງລັດ, ຍານພາຫະນະ ແລະ ງົບປະມານຂອງສູນ.

ຂະແໜງລະບາດວິທະຍາ ປະກອບມີ 03 ໜ່ວຍງານຄື:

1) ໜ່ວຍງານເຝົ້າລະວັງ ແລະ ສອບສວນການລະບາດ
2) ໜ່ວຍງານຂໍ້ມູນ-ຂ່າວສານ ແລະ ລາຍງານລະບາດວິທະຍາ
3) ໜ່ວຍງານສື່ໂຄສະນາ ແລະ ອົບຮົມລະບາດວິທະຍາ
ມີໜ້າທີ່ໃນການເຝົ້າລະວັງ ແລະ ຕິດຕາມ ທ່າອ່ຽງການເກີດຂອງບັນດາ ພະຍາດຊຶມເຊື້ອທີ່ກັບຄືນມາ ແລະ ເກີດຂື້ນໃໝ່, ສອບສວນ ແລະ ປະຕິບັດ ມາດຕະການຕອບໂຕ້ໄວ ພ້ອມກັນນັ້ນຍັງສຶກສາຄົ້ນຄວ້າເພື່ອຊອກຫາ ສາເຫດ ແລະ ປັດໄຈສ່ຽງຂອງການເກີດພະຍາດ ລວມທັງບັນຫາທີ່ອາດ ເປັນຜົນກະທົບຕໍ່ວຽກງານສາທາລະນະສຸກເພື່ອໃຫ້ໄດ້ຂໍ້ມູນໃນການວາງ ແຜນຈັດຕັ້ງປະຕິບັດວຽກງານປົກກະຕິ ແລະ ປະຕິບັດມາດຕະການຕອບໂຕ.

ປະຈຸບັນຂະແໜງລະບາດວິທະຍາມີພາລະບົດບາດ ຄື:

1) ເຝົ້າລະວັງ 17 ອາການ ແລະ ພະຍາດເຊັ່ນ: ລອຍແຫຼວກະທັນຫັນ, ໄຂ ແລະ ອອກຕຸ່ມ, ພະຍາດບາດທະຍັກໃນເດັກນ້ອຍເກີດໃໝ່, ບາດ ທະຍັກໃນທຸກກຸ່ມອາຍຸ, ພະຍາດຄໍຕີບ, ພະຍາດໄອໄກ່, ໄຂ້ຍຸງລາຍ (ບໍ່ມີອາການເຕືອນ, ມີອາການເຕືອນ ແລະ ຮ້າຍແຮງ), ຖອກທ້ອງ ເປັນນາກະທັນຫັນ, ຖອກທ້ອງມີມູກປົນເລືອດກະທັນຫັນ, ເບື່ອ ອາຫານພະຍາດໄຂ້ທໍລະພິດ, ພະຍາດໄຂ້ເລືອດດ ັ່, ໝວດອາການ ເຫຼືອງກະທັນຫັນ, ພະຍາດເຍື່ອຫຸ້ມສະໝອງອັກເສບ, ໜວດອາການ ສະໝອງອັກເສບກະທັນຫັນ, ພະຍາດກາລະໂລກ, ໝວດອາການຊຶມ ເພື່ອລະບົບຫາຍໃຈບຸນແຂງກະດັນກັນ. ບໍ່ຈ ຳກັດແຕ່ພຽງເທົ່ານັ້ນ. ຂະແໜງລະບາດວິທະຍາຍັງປະຕິບັດການເຝົ້າລະວັງເຫດການຜິດ ປົກກະຕິຊຶ່ງເກີດຂຶ້ນຢູ່ຕາມຊຸມຊົນຕ່າງໆທີ່ມີຜົນກະທົບໃສສຸຂະພາບ ຂອງປະຊາຊົນ. ເຮັດບົດລາຍງານຜົນຂອງການເຝົ້າລະວັງກັບຄືນໃຫ້ ພາກສ່ວນທີ່ກ່ຽວຂ້ອງເປັນລາຍອາທິດ, ລາຍເດືອນ ແລະ ລາຍປີ

2) ເຮັດໜ້າທີ່ໃນການສອບສວນ ແລະ ຮ່ວມຕອບໂຕ້ຕໍ່ການເກີດພະຍາດ ແລະ ການເຈັບເປັນລວມທັງການລະບາດ ແລະ ເຫດການຕ່າງໆ ທີ່ມີຜົນກະທົບຕໍ່ສະພາບຂອງຊາຊົນຮ່ວມກັບຂະແໜງການທີ່ກ່ຽວຂ້ອງ

3) ສ້າງຄວາມເຂັ້ມແຂງດ້ານຄວາມສາມາດວຽກງານລະບາດວິທະຍາ ໂດຍຜ່ານໂຄງການອົບຮົມນັກລະບາດວິທະຍາພາກສະໜາມ

4) ເຂົ້າຮ່ວມໃນການສຶກສາຄົ້ນຄວ້າທີ່ຈ ຳເປັນ ປະກອບສ່ວນໃນການ ສິດສອນວິຊາລະບາດວິທະຍາຢູ່ຕາມສະຖາບັນການແພດ ແລະ ສະຖານທີ່ບໍລິການສຸຂະພາບຕ່າງໆເຊັ່ນ: ການເຝົ້າລະວັງພະຍາດ ຕິດເຊື້ອໃນໂຮງໝໍ

5) ຮ່ວມມືກັບຂະແໜງການອື່ນໆ ເປັນຕົ້ນສູນວິໄຈພະຍາດສັດ, ກະຊວງ ກະສິກ ຳ-ປ່າໄມ້ໃນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ ແລະ ໂຕ ຕອບຕໍ່ພະຍາດທີ່ເກີດຈາກສັດສູ່ຄົນເຊັ່ນ: ໄຂ້ຫວັດສັດປີກ, ພະຍາດ ລໍ້, ພະຍາດໄຂ້ເລືອດດາ ແລະ ອື່ນໆ

ຂະແໜງວິເຄາະ

ເຮັດໜ້າທີ່ກວດວິເຄາະຢັ້ງຢືນເຊື້ອທີ່ເປັນສາເຫດຂອງການເກີດພະຍາດ, ການເຈັບເປັນ ແລະ ການລະບາດຂອງພະຍາດທີ່ເກີດຈາກເຊື້ອຈຸລິນຊີ ແລະ ຈຸລະໂລກ, ຊ່ວຍທາງດ້ານວິຊາການວິເຄາະການແພດ, ການຄຸ້ມຄອງຄຸນ ນະພາບ ແລະ ຄວາມປອດໄພທາງດ້ານຊີວະພາບໃຫ້ແກ່ຫ້ອງວິເຄາະທຸກ ລະດັບໃນຂອບເຂດທົ່ວປະເທດປະກອບມີ 05 ໜ່ວຍງານ:

1) ໜ່ວຍງານເຊຣອມ-ຈຸລະໂລກວິທະຍາ

2) ໜ່ວຍງານຈຸລິນຊີວິທະຍາ

3) ໜ່ວຍງານຄຸ້ມຄອງຄຸນນະພາບ

4) ໜ່ວຍງານຄຸ້ມຄອງຄວາມປອດໄພທາງດ້ານຊີວະພາບ

 5) ໜ່ວຍງານບໍລິຫານ ແລະ ຂໍ້ມູນ-ຂ່າວສານ

ຄວາມສາມາດທາງດ້ານວິເຄາະໃນການກວດຫາເຊື້ອທີ່ເປັນສາເຫດຂອງ ການເກີດພະຍາດ ແລະ ການເຈັບເປັນ ລວມທັງການລະບາດຂອງພະຍາດ ໂດຍວິທີຕ່າງໆຂອງຫ້ອງວິເຄາະ ສວລ

ກວດວິເຄາະດ້ານເຊຣອນ-ຈຸລະໂລກວິທະຍາ

1) ຟີຊີອາຣ (Real time RT-PCR): ກວດຫາເຊື້ອຈຸລະໂລກໄຂ້ຫວັດ ຕາມລະດູການ, ໄຂ້ຫວັດສັດປີກສາຍພັນ H5, H7 (Influenza virus), ໄຂ້ຍຸງລາຍ (Dengue virus) ແລະ ແຍກຊະນິດຂອງເຊື້ອ (Serotype). ຈີກຸນຄຸນຢາ (Chikurgunya virus), ຈຸລະໂລກ (MERS) ແລະ ໄຂເລືອດດຳ (Bacillus anthracis)

2) ການກວດຫາລຳດັບສາຍພັນທຸກຳຈຸລະໂລກໄຂ້ຫວັດ (Sequencing: Influenza virus)

3) ປູກເຊື້ອຈຸລະໂລກໄຂ້ຫວັດ (Celculture: Influenza virus) ແລະ ກວດຫາສາຍພັນຍ່ອຍ (HI)

4) ກວດດ້ານເຊຮອມວິທະຍາ (ELISA): ກວດຊອກຫາທາດກາຍຕ້ານ ຕໍ່ເຊື້ອຈຸລະໂລກອັກເສບສະໝອງຍີ່ປຸ່ນ (Japanese ancephaltis virus), ໄຂ້ຍຸງລາຍ (Dengue virus), ໝາກແດງໃຫຍ່ (Measles virus), ໝາກແດງນ້ອຍ (Rubella virus), ໂຣຕາ (Rotavirus), ເຊື້ອໂລກເອດສ (HIV), ຕັບອັກເສບຊະນິດ A, E (Hepatitis A&E Virus) ແລະ ໄຂ້ຍ່ຽວໜູ (Leptospira spp)

5) ກວດວິເຄາະແບບໄວ (Rapid testing): ໄຂ້ແມງແດງ (Scrubtyphus), ຊີຟີລິດ (Syphilis), ເອດສ (HIV), ໄຂ້ຍຽວໜູ (Leptospiraspp) ແລະ Dengue

ກວດວິເຄາະດ້ານຈຸລິນຊີວິທະຍາ

1) ປູກຊອກຫາເຊື້ອຈຸລິນຊີຈາກຕົວຢ່າງສົ່ງກວດ ແລະ ຕົວຢ່າງອ້າງອີງ
2) ປູກຊອກຫາເຊື້ອສາເຫດພະຍາດຄໍຕີບ, ໄຂ້ເລືອດຕໍ່າ, ພະຍາດ ລະບົບຫາຍໃຈ, ພະຍາດຕິດຕໍ່ທາງເພດສຳພັນ, ອາການອັກເສບບາດແຜຝີໜອງ ແລະ ອາການຖອກທ້ອງຮຸນແຮງ
3) ທົດລອງຢາຕ້ານເຊື້ອ ແລະ ຕິດຕາມການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລິນຊີ
4) ພີຊີອາຣ (PCR) ເຊື້ອຈຸລິນຊີລາໄສ້ (Enteric pathogen); ເຊື້ອແອສເຈີລີເຊຍ ໂກລີ (Escherichla coll), ຊານໂມແນນ ລາ (Salmonella), ຊີແກນລາ (Shigella), ກາປີໂລບັກເຕີ (Campylobacter) ແລະ ວີບຣີໂອ (Vibrics)
5) ແຍກສາຍພັນເຊື້ອຈຸລິນຊີລຳໄສ້ (Serotyping): ຊານໂມແນນ ລາ (Salmonella) ຊີແກນລາ (Shigella) ແລະ ວີບຮີໂອ ໂຄລີລີ (Vibrios)

ການຮັບປະກັນຄຸນນະພາບວຽກງານວິເຄາະ

ສວລ ໄດ້ເຂົ້າຮ່ວມລະບົບການຄວບຄຸມຄຸນນະພາບຈາກພາຍນອກ (EQA) ດັ່ງນີ້:

ດ້ານຈຸລິນຊີວິທະຍາ

• Pacific Paramedical Training Centre Microbiology Quality Assessment Programme (PPTC) New Zealand ahau general bacterial
• EQA National Food Institute, Technical University of Denmark, WHO Collaborating Center (WHO GFN) ahau food borne pathogen
• UK National External Quality Assessment Scheme (UKNEQAS) UK ahau meningitis panel
• IBVPD hau Rotavirus

ດ້ານເຊຮອມ-ຈຸລະໂລກວິທະຍາ

• WHO (Influenza, Measles, Rubella, JE, Dengue and Chikungunya)
• Australia RCPA Quality Assurance program (MERS CoV)
• New Zealand Paramedical Training Center (HIV serology)
• Thai-NIH (HIV serology)

ນອກຈາກນີ້ ສວລ ໄດ້ສົ່ງຕົວຢ່າງຄວບຄຸມຄຸນນະພາບ (National External Qualty Assurance (NEDA) ໃຫ້ແກ່ຫ້ອງວິເຄາະເຄືອຂາຍເຊັ່ນ: HIV, ໄຂ້ຍຸງລາຍ (Dengue virus), ປູກຊອກຫາເຊື້ອຈຸລິນຊີທີ່ເປັນສາເຫດ ອາການຖອກທ້ອງຮຸນແຮງ ແລະ ຍອມກຣາມເພື່ອບົ່ງມະຕິຂັ້ນຕົ້ນພະຍາດຕິດຕໍ່ທາງເພດສຳພັນ.

ແລະ ຍັງເປັນຜູ້ຈັດຕັ້ງປະຕິບັດດ້ານລະບົບຄຸ້ມຄອງຄຸນນະພາບຊື່ງສົ່ງເສີມ ແລະ ສະໜັບສະໜູນການນຳໃຊ້ ຂັ້ນຕອນການປະຕິບັດດ້ານຄຸນນະພາບ ຂອງຫ້ອງວິເຄາະ (LOSI) ທີ່ສອດຄ່ອງກັບມາດຕະ ຖານ ISO15189.

ຄວາມປອດໄພດ້ານຊີວະພາບ

ສວລໄດ້ເຮັດການປະເມີນ ແລະ ຝຶກອົບຮົມໃຫ້ແກ່ຫ້ອງວິເຄາະໂຮງໝໍ ແລະ ສູນວິໄຈຕ່າງໆກໍ່ມປະເທດເພື່ອເສີມສ້າງຄວາມເຂັ້ມແຂງວຽກງານການຄຸ້ມຄອງຄວາມສ່ຽງດ້ານຊີວະພາບ