ສູນວິເຄາະ ແລະ ລະບາດວິທະຍາ (ສວລ) ແມ່ນການຈັດຕັ້ງດ້ານວິຊາການຂອງກະຊວງສາທາລະນາສຸກພາຍໃຕ້ການຄຸ້ມຄອງມະຫາພາກຂອງກົມຄວບຄຸມພະຍາດຕິດຕໍ່. ສ້າງຕັ້ງຂື້ນ ໃນປີ 1998 ມີພາລະບົດບາດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດ 02 ຂົງເຂດວຽກງານໃນດ້ານສາທາລະນະສຸກທີ່ສຳຄັນຄື: ວຽກງານເຝົ້າລະວັງ ແລະ ໂຕ້ຕອບຂອງພະຍາດ ແລະ ວຽກງານວິເຄາະການແພດ. ນອກຈາກນີ້ ອົງການອະນາໄມໂລກຍັງໄດ້ຮັບຮອງໃຫ້ເປັນສູນໄຂ້ຫວັດແຫ່ງຊາດ, ເປັນຫ້ອງວິເຄາະອ້າງອີງພະຍາດໝາກແດງໃຫ່ຍ, ໝາກແດງນ້ອຍ,  ອັກເສບສະໝອງຍີ່ປຸ່ນ ແລະ ກະຊວງສາທາລະນະສຸກແຕ່ງຕັ້ງໃຫ້ເປັນຕຸດປະສານງານແຫ່ງຊາດດ້ານວຽກງານວິເຄາະການແພດ, ກອງເລຂາຄະນະຊີ້ນໍາວຽກງານວິເຄາະການແພດສຳລັບຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຍຸດທະສາດດ້ານວຽກງານວິເຄາະການແພດຊື່ງເປັນອົງປະກອບທີ່ສໍາຄັນໃນການພັດທະນາລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ.