NCLE Laos

ຄວາມຮູ້ພື້ນຖານກ່ຽວກັບລະບົບພູມຄຸ້ມກັນວິທະຍາ

  • ພວກເຮົາຖືກອ້ອມຮອບດ້ວຍເຊື້ອ bacteria ແລະ viruses ເປັນຈໍານວນຫຼາຍລ້ານຕົວ.
  • ມະນຸດເຮົາມີລະບົບການປ້ອງກັນທີ່ໜ້າອັດສະຈັນ à ເຊື້ອພະຍາດຍັງພະຍາຍາມທີ່ຈະເຂົ້າຮ່າງກາຍໂດຍທາງ:

– ອາຫານການກິນ,

– ຜ່ານທາງການຫາຍໃຈ

– ຫຼາຍເຊື້ອພະຍາດທີ່ເຂົ້າຜ່ານຜີວໜັງຂອງພວກເຮົາ.

  • ແມ່ນຫຍັງທີ່ຊ່ວຍເຮັດໃຫ້ພວດເຮົາມີສຸຂະພາບແຂງແຮງຢູ່ຕະຫລອດເວລາ?

ດາວໂຫຼດ

ເຊື້ອຈຸລະໂລກໄຂ້ຍຸງລາຍ Dengue Virus

•ພະຍາດໄຂ້ຍຸງລາຍ ເປັນບັນຫາທາງສາທາລະນະສຸກທີ່ສໍາຄັນຂອງປະເທດໃນແຖບເອເຊຍຕາເວັນອອກສຽງໃຕ້ ລວມທັງ ສປປ ລາວ.

•ອາການທາງດ້ານຄລີນິກທີ່ສໍາຄັນຄື: ອາການໄຂ້ສູງລາຍ ມີພາວະເລືອດອອກ ແລະ ເກີດພາວະຊ໊ອກ ຊື່ງອາດເປັນເຫດໃຫ້ຄົນເຈັບເສຍຊີວິດໄດ້.

•ພະຍາດໄຂ້ຍຸງລາຍຈັດເປັນບັນຫາສຸກເສີນທາງການແພດ ທີ່ຕ້ອງໄດ້ຮັບການຮັກສາ, ເຝົ້າຕິດຕາມອາການຂອງຄົນເຈັບຢ່າງໃກ້ສິດ ແລະ ເໝາະສົມ.

ດາວໂຫຼດ

ຫຼັກການວິເຄາະທາງດ້ານເຊຣອມວິທະຍາ

ການວິເຄາະທາງດ້ານເຊຣອມວິທະຍາ

•ເປັນວິທີການວິເຄາະຊອກຫາປະຕິກິລິຍາລະຫວ່າງ Antigen-antibody ໃນພາຊະນະທົດລອງ

•ໃຊ້ໃນການບົ່ງມະຕິພະຍາດ, ຈຳແນກຊະນິດເຊື້ອ ແລະ ປະລິມານຂອງ antigens ແລະ antibodies ໃນຕົວຢ່າງເຊຣອມ ແລະ ສານຄັດລັ່ງຈາກຮ່າງກາຍ.

ດາວໂຫຼດ

ການນໍາໃຊ້ Auto pipette

ການນໍາໃຊ້ Auto pipette ມີ 02 ວິທີ:

• ການດູດ-ປ່ອຍ ແບບ Forward

• ການດູດ-ປ່ອຍ ແບບ Reverse

ດາວໂຫຼດ

ການກວດຫາການ​ຕິດ​ເຊື້ອ​ພະ​ຍາດໄຂ້​ຍຸງ​ລາຍ ​ດ້ວຍ RDT

•ຊຸດນ້ຳຢາກວດວິເຄາະແບບໄວ SD BIOLINE Dengue Duo Rapid Test ປະກອບມີຮາງນໍ້າຢາ (Test device) ຈໍານວນສອງອັນ.

ຮາງເບື້ອງຊ້າຍ: ແມ່ນນໍ້າຢາ Dengue NS1 Ag rapid test ໃຊ້ສໍາລັບກວດທາງດ້ານຄຸນນະພາບໃນການຊອກຫາ NS1 Ag ຂອງເຊື້ອໄວຣັດໄຂ້ຍຸງລາຍ ໃນຕົວຢ່າງເຊຣອມ, ພລາສມາ ຫຼື ເລືອດລວມ ຂອງຄົນເຈັບ ເພື່ອບົ່ງມະຕິໃນໄລຍະຕົ້ນຂອງການຕິດເຊື້ອພະຍາດໄຂ້ຍຸງລາຍ. ຮາງນໍ້າຢານີ້ປະກອບດ້ວຍແຜ່ນ strip ຊຶ່ງເຄືອບດ້ວຍແອນຕີບໍດີຕໍ່ສານ NS1 Ag ທີ່ເຊື່ອມຕໍ່ດ້ວຍສີ Colloidal Gold (NS1 Ag-Colloidal Gold) ແລະ ຕົວຢ່າງຈະເຄື່ອນທີ່ໄປຕາມແຜນນໍ້າຢາ ຈົນເຖິງບໍລິເວນ Test (T) ແລະ ເກີດເປັນເສັ້ນທີ່ສາມາດເບິ່ງເຫັນ ຖ້າຫາກມີສານປະກອບ Antibody-Antigen-Antibody-Colloidal

ດາວໂຫຼດ

ການກວດ​ຫາ​ທາດ​ກາຍ​ຕ້ານ​ຊະ​ນິດ​ IgM ຕໍ່​ເຊື້ອ​ພະ​ຍາດ​ໄຂ້​ຍຸງ​ລາຍດ້ວຍ​ວິ​ທີ ELISA

•ໄລຍະ​ອັນຕະລາຍຂອງ​ພະຍາດ​ໄຂ້ຍຸງ​ລາຍ ​ແມ່ນ​ມື້​ທີ 3 ຫາ​ ມື້​ທີ 5 ພາຍຫລັງ​ຄົນ​ເຈັບ​ມີ​ອາການ​ສະ​ແດງ ຊຶ່ງ​ສາມາດຈຳ​ແນ​ກ​ໄດ້​ຈາກ​ແອນ​ຕີ​ບໍດີ ຊະນິດ​ IgM ຢູ່ໃນກະ​ແສ​ເລືອດຈະມີ​ລະດັບສູງຂຶ້ນຢ່າງຊັດເຈນ.

•ນໍ້າຢາ Panbio Dengue IgM Capture ELISA ເປັນນໍ້າຢາວິເຄາະໃຊ້ສໍາລັບກວດທາງດ້ານຄຸນນະພາບ ໃນການຊອກຫາທາດກາຍຕ້ານ (Antibody) ຊະນິດ IgM ຕໍ່ ເຊື້ອ​ພະ​ຍາດ​ໄຂ້​ຍຸງ​ລາຍໃນຕົວຢ່າງເຊຣອມ

ດາວໂຫຼດ

ການກວດ​ຫາ​ Dengue Ns1 ag ດ້ວຍ​ວິ​ທີ ELISA

•ນໍ້າຢາ Panbio Dengue Early ELISA ເປັນນໍ້າຢາວິເຄາະເຊີງ​ຄຸນ​ນະ​ພາບໃຊ້ສໍາລັບ​ກວດ​ຫາ Dengue NS1 Ag ໃນ​ຕົວ​ຢ່າງ​ເຊ​ຣອມ

•ຊ່ວຍ​ໃນ​ການ​ບົ່ງ​ມະ​ຕິ​ຂອງ​ຫ້ອງວິ​ເຄາະ​ທາງ​ຄ​ລີ​ນິກ​ຂອງ​ຄົນ​ເຈັບ​ທີ່​ມີ​ອາ​ການ​ທາງ​ຄ​ລີ​ນິກ​ທີ່​ສອດ​ຄ່ອງ​ກັບ​ອາ​ການ​ພະ​ຍາດ​ໄຂ້​ຍຸງ​ລາຍ

ດາວໂຫຼດ

ຫຼັກການຂອງ Polymerase Chain Reaction (PCR)

• Polymerase chain reaction (PCR) ແມ່ນເຕັກນິກທີ່ໃຊ້ທາງຫ້ອງວິເຄາະໂດຍທົ່ວໄປແລ້ວແມ່ນຈະເຮັດເພີ່ມຈຳນວນ DNA ທີ່ຕ້ອງການສຶກສາໄດຍວິທີການກ໋ອບປີ້ ຫຼື ສຳເນົາ ເປັນຈຳນວນຫຼາຍໆ (ເປັນລ້ານ ຫຼື ຕື້)

• ສາມາດເປັນ  DNA ຂອງສິ່ງໃດກໍ່ໃດທີ່ນັກວິທະຍາສາດມີຄວາມສົນໃຈ

ດາວໂຫຼດ

Show 1 Comment

1 Comment

  1. ຂອບໃຈ NCLE ເດີ້ ທີ່ແບ່ງປັນຂໍ້ມູນເປັນປະໂຫຍດ ແລະ ຫາອ່ານໃດ້ຢາກ ເປັນພາສາລາວອິກ ສືບຕໍ່ເລື່ອຍໆ ເດີ້ NCLE Laos

Comments are closed