ໄຂ້ຍຸງລາຍບໍ່ມີອາການເຕືອນ

ນິຍາມກໍລະນີ

ຄົນ​ເຈັບ​ທີ່​ມີ​ອາການ​ໄຂ້​ລະຫວ່າງ 2-7 ວັນ ແລະ ​ມີ2 ອາການ​ດັ່ງ​ຕໍ່​ໄປ​ນີ້: ປວດຮາກ/ຮາກ, ມີ​ຜື່ນ, ເຈັບ​ຫົວ, ປວດຕາມຕົນໂຕ ແລະ ຂໍ່,ການເຮັດ ຕວກນິເກ ໃຫ້ຜົນບວກ (TT+) ແລະ ເມັດເລືອດຂາວຕໍ່າ

ລາຍງານດ່ວນ ແລະ ສອບສວນ

ຖ້າ​ມີ​ກໍລະນີ​ເພີ່ມ​ຂື້ນ​ຫຼາຍ​ກ່​ວາ​ປົກກະຕິ/ການ​ລະບາດ​ທີ່​ມີ​ຢ່າງ ໜ້ອຍ 5 ກໍລະນີຂື້ນ​ໄປ​ໃນ​ບ້ານ​ໃດ​ໜື່ງ

ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

  • ເກັບ​ຕົວຢ່າງ​ເລືອດ​ລວມ​ໃສ່​ຫຼອດ​ເກັບ​ເຊ​ຣອມ (ບໍ່​ມີ​ສານ​ກັນ​ກ້າມ) ແລະ ແຍກ​ເອົາ​ເຊ​ຣອມ
  • ເກັບ​ຮັກສາ ແລະ ນໍາ​ສົ່ງ​ຕົວຢ່າງ​ໃນ​ອຸ​ນຫະະ​ພູມ 4 ໍC-8 ໍC(ໃນ​ກ່ອງ​ທີ່​ຈະ​ນໍາ​ສົ່ງ ນັ້ນ​ຕ້ອງ​ມີ​ບັ້​ງນໍ້າ​ກ້ອນ​ຢ່າງໜ້ອຍ 4 ກ້ອນ​
    ຂື້ນ​ໄປ)
  • ສວລ ຈະ​ຕ້ອງ​ໄດ້​ຮັບ​ຕົວຢ່າງ​ພາຍ​ໃນ 24-48 ຊົ່ວໂມງ
  • ທຸກ​ຕົວຢ່າງ​ແມ່ນ ຈະ​ຕ້ອງ​ສົ່ງ​ມາ​ກວດ​ວິເຄາະ​ເພື່ອ​ຢັ້ງຢືນ, ເຖີງ​ວ່າ​ໄດ້​ມີ​ການ​ກວດ​ແບບ​ໄວ (rapid test) ແລ້ວ​ກໍ່​ຕາມ!

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

ຊອກຫາທາດກາຍຕ້ານຕໍ່ເຊື້ອຈຸລະໂລກ ໄຂ້ຍຸງລາຍ (Dengue)

ໄຂ້ຍຸງລາຍມີອາການເຕືອນ

ນິຍາມກໍລະນີ

ບຸກ​ຄົນ​ທີ່​ມີ​ອາການ​ໄຂ້ແລະ ມີ2 ອາການ ດັ່ງ​ລຸ່ມ​ນີ້: ປວດຮາກ/ຮາກ, ມີ​ຜື່ນ, ເຈັບ​ຫົວ, ປວດ​ຕາມ​ຕົນ​ໂຕ ແລະ ຂໍ່, ການ​ເຮັດ ຕວກ​ນິ​ເກ ໃຫ້​ຜົນ​ບວກ ແລະ ເມັດ​ເລືອດ​ຂາວ​ຕໍ່າ ແລະ ມີ​ອາການ​ເຕືອນ​ດັ່ງ​ລຸ່ມ​ນີ້:

  • ເຈັບບໍລິເວນທ້ອງແຮງ ແລະ ທ້ອງອ່ອນນຸ້ມ ແຕ່ເຈັບ
  • ມີອາການຮາກຕໍ່ເນື່ອງ
  • ມີອາການອັ່ງນໍ້າ
  • ມີເລືອດອອກຕາມເຍື່ອເມືອກ
  • ງ້ວງຊືມ, ກະວົນກະວາຍ
  • ຕັບໃຫ່ຍ >2 ຊມ
  • ຜົນວິເຄາະ: ເຮມາໂຕກິຣດ Hematocrit (HTC) ເພີ່ມຂື້ນໃນຂະນະທີ່ຈໍານວນເມັດເລືອດນ້ອຍ (Platlete) ຫຼຸດລົງ

ລາຍງານດ່ວນ ແລະ ສອບສວນ

ຖ້າມີກໍລະນີເພີ່ມຂື້ນຫຼາຍກ່ວາປົກກະຕິ/ການລະບາດ ທີ່ມີຢ່າງນ້ອຍ 5 ກໍລະນີຂື້ນໄປໃນບ້ານໃດໜື່ງ

ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

ຄື​ກັນ​ກັບ​ການ​ເກັບ​ຕົວຢ່າງ​ໃນ​ຄົນ​ເຈັບ​ໄຂ້ຍຸງ​ລາຍ​ທີ່​ບໍ່​ມີ​ອາການ​ເຕືອນ

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

ຊອກຫາທາດກາຍຕ້ານຕໍ່ເຊື້ອຈຸລະໂລກ ໄຂ້ຍຸງລາຍ (Dengue)

ໄຂ້ຍຸງລາຍຮ້າຍແຮງ

ນິຍາມກໍລະນ

ມີການຮົ່ວໄຫຼຂອງນໍ້າປລາສະມາຢ່າງຮຸນແຮງ ຊື່ງພາໃຫ້ມີ:

  • ອາການຊ໋ອກ
  • ມີອາການອັ່ງນໍ້າພ້ອມກັບລະບົບຫາຍໃຈຊຸດໂຊມ ຫຼື ມີອາການເລືອດໄຫຼຢ່າງຮຸນແຮງ: ອີງຕາມ ການປະເມີນຜົນຂອງທ່ານໝໍ ຫຼື ມີການແຕະຕ້ອງຮຸນແຮງເຖິງໜ້າທີ່ການຂອງ ອະໄວຍະວະອື່ນໆ:
  • ຕັບ: SGOT (Aspartate Transaminase (AST)) ຫຼື SGPT (Alanine Transaminase (ALT)) ≥ 1000
  • ລະບົບປະສາດສູນກາງເຮັດໃຫ້ເສຍສະຕິແລະ
  • ຫົວໃຈ ແລະ ອະໄວຍະວະອື່ນໆ

ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີ
ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

ຄືກັນກັບການເກັບຕົວຢ່າງໃນຄົນເຈັບໄຂ້ຍຸງລາຍທີ່ບໍ່ມີອາການເຕືອນ

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

ຊອກຫາທາດກາຍຕ້ານຕໍ່ເຊື້ອຈຸລະໂລກ ໄຂ້ຍຸງລາຍ (Dengue)

Show 1 Comment

1 Comment

  1. ໄຂ້ຍຸງດຽວນີ້ລະບາດງ່າຍປານໂຄວິດ

Comments are closed