ນິຍາມກໍລະນີ

ພະຍາດໄອໄກ່ ແມ່ນຄົນເຈັບທີ່ມີອາການໄອແກ່ຍາວ ຢ່າງນ້ອຍ 2 ອາທິດ ແລະມີຢ່າງ ໜ້ອຍ 1 ອາການດັ່ງຕໍ່ໄປນີ້:

  • ໄອເປັນຮູດຕໍ່ເນື່ອງ
  • ມີສຽງຄາງໂກນ ເມື່ອເວລາຫັນໃຈເຂົ້າ

ລາຍງານດ່ວນ ແລະ ສອບສວນ ທຸກໆກໍລະນີ
ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

  • ຕ້ອຍ​ຕົວຢ່າງ​ເຍື່ອ​ເມືອກ​ຮູດັງ​ດ້ານ​ໃນ (Nasopharyngeal swab)
  • ໃສ່​ໃນ​ຫຼອດ​ອະ​ເຊື້ອ​ຂະໜາດ 15 mL
  • ເກັບ​ຮັກສາ ແລະ ນໍາ​ສົ່ງ​ຕົວຢ່າງ​ໃນ​ອຸນຫະພູມ 4 ໍC-8 ໍC ( ໃນ​ກ່ອງ​ທີ່​ຈະ​ນໍາ​ສົ່ງນັ້ນ​ຕ້ອງ​ມີ​ບັ້​ງນໍ້າ​ກ້ອນ​ຢ່າງ​ໜ້ອຍ 4 ກ້ອນ​ຂື້ນ​ໄປ)
  • ສວລ ຈະ​ຕ້ອງ​ໄດ້​ຮັບ​ຕົວຢ່າງ​ພາຍ​ໃນ 24-48 ຊົ່ວໂມງ

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

ຊອກ​ຫາ​ເຊື້ອ​ຈຸ​ລີ​ນຊີ Bordetella pertussis ດ້ວຍວິທີ PCR