ນິຍາມກໍລະນີ

ພະຍາດຄໍຕີບ ແມ່ນຄົນ​ເຈັບ​ທີ່​ມີ​ອາການ​ອັກເສບ​ຫຼອດ​ສຽງ ຫຼື​ຮູ​ຄໍຫຼື​ຕ່ອມ​ອະ​ມິ​ດານ ແລະ ​ແຜ່ນ​ເຍື່ອ​ເມືອກ​ສີຂາວ​ຕິດ​ຢູ່​ເທິງຕ່ອມ​ອະ​ມິ​ດານ, ຮູ​ຄໍແລະ/ຫຼືໃນ​ຜົ້ງ​ດັງ.

ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີ
ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

  • ຕ້ອຍຕົວຢ່າງເຍື່ອເມືອກຮູຄໍ(ບໍລິເວນທີ່ມີເຍື່ອເມືອກຂາວ)
  • ໃສ່​ໃນ​ພູມ​ປູກ​ນຳ​ສົ່ງ Amies. ຖ້າ​ບໍ່​ມີ​ພູມ​ປູກ Amies ໃຫ້​ໃຊ້​ພູມ​ປູກ​ນຳ​ສົ່ງ​ຈຸ​ລິນ​ຊີ(Cary-Blair)
  • ເກັບ​ຮັກສາ​ແລະ ນໍາສົ່ງຕົວຢ່າງ​ໃນ​ອຸນຫະພູມ 4°C-8°C(ໃນກ່ອງທີ່ຈະນໍາສົ່ງ ນັ້ນຈະຕ້ອງມີ​ບັ້ງ​ນ້ຳກ້ອນຢ່າງໜ້ອຍ 4 ກ້ອນຂື້ນໄປ)
  • ສວ​ລ ຈະ​ຕ້ອງ​ໄດ້​ຮັບ​ຕົວຢ່າງ​ພາຍ​ໃນ 24-48 ຊົ່ວໂມງ

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

​ຊອກ​ຫາ​ເຊື້ອ​ຈຸ​ລີ​ນຊີ Corynebacterium diphtheriae