ລະບົບການເຝົ້າລະວັງ ແລະ ຍຸດທະສາດໃນການເກັບຕົວຢ່າງນີ້ ແມ່ນສ້າງຂຶ້ນເພື່ອຄວບຄຸມ ແລະ ປາບປາມການແຜ່ລະບາດ
ຂອງພະຍາດ COVID-19. ລະບົບເຝົາລະວັງເຫຼົ່ານີ້ ແມ່ນສາມາດປັບດັດ, ຢືດຢຸ່ນໄດ້ ແລະ ປ່ຽນແປງໄດ້ ອີງຕາມຂັ້ນຂອງການ
ແຜ່ລະບາດທີ່ແຕກຕ່າງກັນໃນຂັ້ນແຂວງ ແລະ ອີງໃສ່ຄວາມອາດສາມາດດ້ານຊັບພະຍາກອນທີ່ມີຢູ່