ຄູ່ມືສອບສວນ ແລະ ໂຕ້ຕອບຕໍ່ການລະບາດ ສະບັບ ທີ 2 ນີ້ ປະກອບມີ 4 ພາກທີ່ສຳຄັນເຊັ່ນ:

ພາກທີ 1 ແມ່ນ ກ່ຽວກັບຄວາມຮູ້ພື້ນຖານ ຂັ້ນຕອນໃນການສອບສວນການລະບາດ, ຊຶ່ງຂັ້ນຕອນເຫຼົ່ານັ້ນ ສາມາດນໍາໃຊ້ໄດ້ ໃນທຸກການລະບາດ ແລະ ທຸກເຫດການ, ພາກທີ 2 ແມ່ນຄວາມຮູ້ກ່ຽວກັບພະຍາດ ແລະອາການສະເພາະ ແລະລວມມີ ທັງຂໍ້ແນະນໍາການເກັບ, ການຮັກສາ ແລະສົ່ງຕົວຢ່າງໄປກວດວິເຄາະ, ອາການສະແດງ ແລະ ມາດຕະການໂຕ້ຕອບຕໍ່ພະຍາດ ແລະ ອາການຕ່າງໆ ທີ່ອາດເກີດການລະບາດໄດ້; ພາກທີ 3 ແມ່ນຂໍ້ແນະນຳວິທີ ເກັບຕົວຢ່າງສະເພາະຂອງກໍລະນີໃນຄົນ ແລະ ສະພາບແວດລ້ອມ; ແລະ ພາກທີ່ 4 ແມ່ນປະກອບມີເອກະສານຊ້ອນທ້າຍ ຊຶ່ງລວມມີແບບຟອມເກັບກໍາຂໍ້ມູນ, ປະເມີນ ຄວາມສ່ຽງ, ແບບຟອມທີ່ໃຊ້ໃນການລົງສອບສວນ ແລະ ເອກະສານຕ່າງໆ ທີ່ຈໍາເປັນໃນການປະຕິບັດແຕ່ລະຂັ້ນຕອນຂອງ ການສອບສວນ.