ການສຶກສາຄັ້ງນີ້ມີເປົ້າໝາຍເພື່ອກວດຫາເຊື້ອພະຍາດຂອງພະຍາດຖອກທ້ອງໃນນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໄດ້ຂໍ້ມູນຂອງຄົນເຈັບ 2482 ຄົນທີ່ໄປຢ້ຽມຢາມສະຖານທີບໍລິການສາທາລະນະສຸກ 8 ແຫ່ງຍ້ອນພະຍາດຖອກທ້ອງໃນປີ 2012-2015 ໄດ້ຖືກທົບທວນຄືນຫລັງ. ອາຈົມ ຫຼື ການຕ້ອຍດວ້ຍໄມ້ຜັນຝ້າຍທາງຮູທະວານເກັບກໍາຈາກຄົນເຈັບທັງຫມົດໄດ້ຖືກທົດສອບສໍາລັບເຊື້ອຈຸລິນຊີ. ເດັກນ້ອຍທີ່ມີອາຍຸຕ່ໍາກວ່າ 5 ປີໄດ້ຮັບການທົດສອບເພີ່ມເຕີມເຊື້ອຈຸລະໂລກ rotavirus. ໃນຈໍານວນ 2482 ກໍລະນີ, 1566 ກໍລະນີທີ່ມີອາຍຸຕ່ໍາກວ່າ 5 ປີ, ແລະຢ່າງຫນ້ອຍຫນຶ່ງກໍລະນີ enteropathogen ໄດ້ຖືກກວດພົບໃນ 475 ກໍລະນີ (19.1%).ຊະນິດ Salmonella ແມ່ນເຊື້ອຈຸນລີຊີທີ່ກວດພົບຫຼາຍທີ່ສຸດ. Enteropathogenic Escherichia coli (EPEC) ແລະ ຊະນິດ Salmonella ເປັນເຊື້ອພະຍາດທີ່ສຳຄັນໃນລະດູແລ້ງ ແລະລະດູຝົນຕາມລໍາດັບ. ແປດສິບເຈັດຄົນເຈັບທົດສອບ
ໃນທາງບວກສໍາລັບເຊື້ອຈຸລິນຊີຫຼາຍຊະນິດ. Rotavirus ຖືກກວດພົບໃນເດັກນ້ອຍ 291 ອາຍຸຕ່ໍາກວ່າ 5 ປີ (32.4%), ສ່ວນຫຼາຍແມ່ນແຕ່ເດືອນຕຸລາຫາເດືອນເມສາ. ເຊື້ອຈຸນລີນຊີທີ່ສໍາຄັນຂອງ coinfection ກັບເຊື້ອຈຸລະໂລກ rotavirus ແມ່ນ EPEC ຕິດຕາມດ້ວຍເຊື້ອ Salmonella. ຊະນິດ Salmonella ແມ່ນເຊື້ອຈຸລິນຊີທີ່ເດັ່ນຊັດຂອງພະຍາດຖອກທ້ອງຂອງທຸກເພດທຸກໄວ, ແລະ rotavirus ແມ່ນເຊື້ອພະຍາດທີ່ເດັ່ນຊັດໃນບັນດາເດັກນ້ອຍຕ່ໍາກວ່າອາຍຸ 5 ປີ. ການສຶກສາເພີ່ມເຕີມກວດກາເຊື້ອພະຍາດປະເພດອື່ນໆສໍາລັບການຖອກທ້ອງແລະການແນະນໍາຂອງວັກຊີນ rotavirus ສໍາລັບເດັກນ້ອຍແມ່ນມີຄວາມຈໍາເປັນຢູ່ໃນ ສປປ ລາວ.