“ຄູ່ມືລະບົບການເຝົ້າລະວັງເຊື້ອຕ້ານຕໍ່ຢາຕ້ານເຊື້ອ ໃນ ສປປ ລາວ” ແມ່ນລວມຢູ່ໃນ “ຍຸດທະສາດລະບົບການເຝົ້າ
ລະວັງເຊື້ອຕ້ານຕໍ່ຢາຕ້ານເຊື້ອ ໃນ ສປປ ລາວ” ໃນນັ້ນປະກອບມີຂັ້ນຕອນດ້ານວິຊາການເພື່ອນໍາໃຊ້ໃນສະຖານທີ່ເຝົ້າ
ລະວັງ. ຄູ່ມືສະບັບນີ້ແມ່ນອະທິບາຍເຖີງນິຍາມກໍລະນີທີ່ສາມາດເຂົ້າຮ່ວມໃນລະບົບການເຝົ້າລະວັງ, ຈັດລະ ດັບຄວາມ
ສໍາຄັນຂອງເຊື້ອ ແລະ ຢາຕ້ານເຊື້ອສໍາລັບການເຝົ້າລະວັງ, ການເກັບຮັກສາ ແລະ ນໍາສົ່ງຕົວຢ່າງ, ແນະນໍາເຕັກນິກການ
ປູກເຊື້ອ, ການໄຈ້ແຍກເຊື້ອ, ການຈໍາແນກເຊື້ອ ແລະ ທົດລອງຢາຕ້ານເຊື້ອ.