ຄໍານໍາ

ເຊື້ອຕ້ານຕໍ່ຢາຕ້ານເຊື້ອ(AMR)ທີ່ເພີ່ມຂຶ້ນໃນທົ່ວໂລກ ໄດ້ກາຍເປັນໄພຂົ່ມຂູ່ອັນໃຫຍ່ຫລວງແກ່ສຸຂະພາບຄົນ ແລະ ສັດ, ແລະ ຍັງເປັນອັນຕະລາຍຕໍ່ການແພດສະໄໝໃໝ່ຂອງຄົນ ແລະ ສັດ, ແລະ ຄວາມປອດໄພທາງດ້ານອາຫານ. ຢາຕ້ານເຊື້ອມີບົດບາດສໍາຄັນຫລາຍໃຊ້ເຂົ້າໃນການປິ່ນປົວພະຍາດຊຶມເຊື້ອ; ເຖິງຢ່າງໃດກໍ່ຕາມ, ຖ້າມີການໃຊ້ຢາເຫລົ່ານີ້ຫລາຍຈົນເກີນໄປ ແລະ ໃຊ້ບໍ່ຖືກວິທີ ຈະມີຜົນກໍ່ໃຫ້ເກີດການຕ້ານຕໍ່ຢາຕ້ານເຊື້ອ ແລະ ການແຜ່ຂະຫຍາຍຂອງເຊື້ອຕ້ານຕໍ່ຢາຕ້ານເຊື້ອ ກໍ່ໃຫ້ເກີດຄວາມສ່ຽງຕໍ່ລະບົບນິເວດວິທະຍາ.

ໃນກອງປະຊຸມຄັ້ງທໍາອິດ ຂອງການຮ່ວມມືກ່ຽວກັບ ລະບົບການເຝົ້າລະວັງການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລະຊີບໃນທົ່ວໂລກ (Global Antimicrobial Resistance Surveillance System= GLASS) ທີ່ຈັດຂຶ້ນທີ່ເມືອງຫຼວງໂຄເປັນເຫເກັນ (Copenhagen), ປະເທດເດັນມາກ (Denmark) ໃນເດືອນ ຕຸລາ ປີ 2015.  ຜູ້ເຂົ້າຮ່ວມທັງໝົດໄດ້ຕົກລົງເຫັນດີວ່າມີຄວາມຕ້ອງການອັນຮີບດ່ວນທີ່ຕ້ອງໄດ້ພັດທະນາລະບົບການຊອກຄົ້ນ ແລະ ການລາຍງານເຊື້ອຕ້ານຕໍ່ຢາ ໂດຍໄວ, ເຊິ່ງຈະເປັນລະບົບທີ່ສາມາດບົ່ງບອກເຖິງກົນໄກ ເຊື້ອຕ້ານຕໍ່ຢາ ທີ່ກຳລັງເກີດຂຶ້ນ ແລະ ຂອບເຂດຂອງການແຜ່ກະຈາຍ ເຊື້ອຕ້ານຕໍ່ຢາ ໃນທົ່ວໂລກ.

ສປປ ລາວ ໄດ້ສ້າງລະບົບເຝົ້າລະວັງເຊື້ອຕ້ານຕໍ່ຢາແຫ່ງຊາດຂຶ້ນໃນປີ 2019 ເພື່ອຕິດຕາມແນວໂນ້ມຂອງການຕ້ານຕໍ່ຢາຕ້ານເຊື້ອໃນຊຸມຊົນ ແລະ ການຕິດເຊື້ອໃນສະຖານທີ່ປິ່ນປົວ ທີ່ເປັນສາເຫດສໍາຄັນທີ່ກໍ່ໃຫ້ເກີດພະຍາດ ແລະ ການລະບາດຂອງພະຍາດໃນຄົນ. ເອກະສານສະບັບນີ້ ເປັນຄູ່ມືມາດຕະຖານໃນການຄົ້ນຫາ ແລະ ລາຍງານເຫດການ ການລະບາດຂອງເຊື້ອຕ້ານຕໍ່ຢາ ຫລື ເຊື້ອຕ້ານຕໍ່ຢາຊະນິດໃໝ່ ໃຫ້ວ່ອງໄວ ແລະ ຈັດຕັ້ງມາດຕະການໂຕ້ຕອບໃຫ້ທັນເວລາ ເພື່ອຫລຸດຜ່ອນການເຈັບເປັນ ແລະ ເສຍຊີວິດຈາກເຫດການດັ່ງກ່າວ ທັງໃນຊຸມຊົນ ແລະ ສະຖານທີ່ບໍລິການປິ່ນປົວ. ຄູ່ມືສະບັບນີ້ໄດ້ຜ່ານການຄົ້ນຄວ້າ, ຄັດຈ້ອນ ແລະ ປັບປຸງຢ່າງສອດໃຫ້ເໝາະສົມໃນການຈັດຕັ້ງປະຕິບັດນັບແຕ່ຂັ້ນສູນກາງຫາຂັ້ນແຂວງ.

ຂ້າພະເຈົ້າໃນກົມຄວບຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ສູນວິເຄາະ ແລະ ລະບາດວິທະຍາ ທີ່ໄດ້ສ້າງຄູ່ມືນີ້ຂຶ້ນມາ ຮ່ວມກັບທີມງານເຝົ້າລະວັງເຊື້ອຕ້ານຕໍ່ຢາຈາກສູນກາງ ແລະ ຂັ້ນແຂວງ. ນອກນັ້ນ, ຂໍສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານໃນການສ້າງຄູ່ມືນີ້.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ປື້ມຄູ່ມືສະບັບນີ້ຈະຖືກນໍາໃຊ້ເຂົ້າໃນການວຽກການສອບສວນ ແລະ ໂຕ້ຕອບຕໍ່ການລະບາດຂອງເຊື້ອຕ້ານຕໍ່ຢາ ຫລື ເຊື້ອຕ້ານຕໍ່ຢາຊະນິດໃໝ່ ໃນ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ຖ້າມີຂໍ້ຄິດເຫັນເພີ່ມເຕີມ ພວກເຮົາຍິນດີຮັບເອົາຂໍ້ສະເໜີມາເປັນບົດຮຽນ ແລະ ຈະນໍາເອົາໄປປັບປຸງ ຫລື ດັດແປງໃຫ້ດີຂຶ້ນໃນຄັ້ງຕໍ່ໄປ.