ສູນວິເຄາະລະບາດວິທະຍາ, ອົງການ ອະນາໄມໂລກ ແລະ ພະແນກສາທາລະນະສຸກແຂວງ ຊຽງຂວາງ ສືບຕໍ່ຈັດຊຸດອົບຮົມລະບົບການເພີ່ມທະວີການເຝົ້າລະວັງໃຫ້ແກ່ທິມງານຕອບໂຕ້ໄວ (Rapid Response Team (RRT)) ຢູ່ພາກສະໜາມ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ່ XI;
ນຳພາການອົບຮົມໂດຍທ່ານ ດຣ. ບຸນເພັງ ສີນນະວົງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ແລະ ທ່ານ ດຣ. ໄຣໂກະ ຊູຢູໂອກະ ສາຊ່ຽວຊານຈາກອົງການ ອະນາໄມໂລກ ປະຈໍາ ລາວ; ດຣ ບຸນຖະໜອມ ແສງແກ້ວປະເສີດ, ຫົວໜ້າຂະແໜງລະບາດວິທະຍາ, ສູນວິເຄາະລະບາດວິທະຍາ ເປົ້າໝາຍທີ່ເຂົ້າຮ່ວມປະກອບ ດ້ວຍທີມງານລະບາດວິທະຍາຂອງຂະແໜງຄວບຄຸມພະຍາດຕິດຕໍ່, ພະແນກສາທາລະນະສຸກແຂວງຊຽງຂວາງ, ຫ້ອງການສາທາລະນະສຸກເມືອງແປກ, ອາດິດນັກສຶກສາລະບາດວິທະຍາພາກສະໜາມແຕ່ລະລຸ້ນ ລວມທັງພະນັກງານລະບາດວິທະຍາຈາກຫ້ອງການສາທາລະນະສຸກເມືອງ ຄໍາ, ນະຄອນຫລວງວຽງຈັນ, ແຂວງ ອຸດົມໄຊ, ແຂວງ ຫລວງພະບາງ, ແຂວງ ຫົວພັນ, ແຂວງ ບໍລິຄໍາໄຊ, ແຂວງ ສະຫັວນນະເຂດ ແລະ ແຂວງ ໄຊສົມບູນ;
ຊຸດອົບຮົມໄດ້ສາທິດຂັ້ນຕອນຂອງການເກັບກໍາ, ລວບລວມ ແລະ ວິເຄາະຂໍ້ມູນ ທີ່ໄດ້ຈາກແຫຼ່ງຂໍ້ມູນຕ່າງໆ ໃນການເພີ່ມທະວີການເຝົ້າລະວັງໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI; ໄດ້ປຶກສາຫາລືກ່ຽວກັບຮູບແບບ, ຂະບວນການດໍາເນີນກອງປະຊຸມປະຈໍາວັນ ແລະ ການລາຍງານປະຈໍາວັນ ແລະ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງ ແລະ ພາລະບົດບາດ, ໜ້າທີ່ຮັບຜິດຊອບໃນໄລຍະການເພີ່ມທະວີການເຝົ້າລະວັງໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI, ແຂວງຊຽງຂວາງ ທັງນີ້ກໍເພື່ອທິມງານຂັ້ນຕ່າງໆຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງສາມາດຕອບໂຕ້ ແລະ ຫຼຸດຜ່ອນຜົນກະທົບດ້ານສຸຂະພາບຈາກເຫດການທີ່ອາດຈະເກີດຂື້ນໃນໄລຍະທີ່ມີການແຂ່ງຂັນກິລາ (ວັນທີ 30 ພະຈິກ 2022, ແຂວງຊຽງຂວາງ).