ພະຍາດຖອກທ້ອງເປັນສາເຫດອັນດັບສອງຂອງການເສຍຊີວິດຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີໃນທົ່ວໂລກ, ໂດຍມີເຊື້ອຈຸລະໂລກ rotavirus ເປັນສາເຫດຕົ້ນຕໍ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະຍາດຖອກທ້ອງເປັນນ້ຳກະທັນຫັນ (AWD) ໄດ້ຖືກຈັດເຂົ້າໃຫ້ເປັນໜຶ່ງໃນພະຍາດເຝົ້າລະວັງແຫ່ງຊາດນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ພວກເຮົາໄດ້ທົບທວນຄືນຫຼັງການລວບລວມ (n = 117 277) ແລະກໍລະນີ (n = 67 755) ຂໍ້ມູນການເຝົ້າລະວັງຂອງພະຍາດຖອກທ້ອງເປັນນ້ຳກະທັນຫັນ AWD ແຕ່ປີ 2009 ຫາ 2013 ໄດ້ລາຍງານທຸກອາທິດຈາກ 1115 ໂຮງໝໍນ້ອຍໃນທົ່ວປະເທດ ຊຸດກວດແບບໄວ rotavirus ຂໍ້ມູນຈາກເຄື່ອຂ່າຍການເຝົ້າລະວັງພະຍາດຖອກທ້ອງທັງໝົດ 8 ແຫ່ງໃນນະຄອນຫຼວງວຽງຈັນ ໃນປີ 2013 ຍັງໄດ້ເກັບກຳຂໍ້ມູນເພື່ອວິເຄາະ ການເກີດຂື້ນກໍລະນີຂອງພະຍາດຖອກທ້ອງເປັນນ້ຳກະທັນຫັນ AWD ໃນລະຫວ່າງ 215 ຫາ 476 ກໍລະນີຕໍ່ປະຊາກອນ 100 000 ແລະເພີ່ມຂຶ້ນຈາກ 2009 ຫາ 2012 ເມື່ອມັນຫຼຸດລົງ. ກຸ່ມອາຍຸທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດແມ່ນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ມີຄວາມສ່ຽງເປັນພະຍາດຖອກທ້ອງເປັນນ້ຳກະທັນຫັນປະມານ 7 ຫາ 9 ເທົ່າເມືອທຽບໃສ່ກຸ່ມອາຍຸອື່ນໆ (P < 0.0001) ໃນເດັກນ້ອຍຕ່ຳກວ່າ 5 ປີ, 74.8% ຂອງກໍລະນີແມ່ນອາຍຸ 0-24 ເດືອນ ແລະ AWD ແມ່ນ 1.28. ເທົ່າທີ່ພົບເລື້ອຍໃນເພດຊາຍ (P < 0.0001). ໃນຈຳນວນ 230 ຕົວຢ່າງຂອງອາຈົມທີ່ຖືກກວດຊຸດກວດແບບໄວໃນເດັກອາຍຸຕ່ຳກວ່າ 5 ປີໃນປີ 2013, ມີ 109 ຄົນ. (47.4%) ຜົນການກວດແມ່ນໃຫ້ບວກຕໍ່ກັບເຊື້ອຈຸລະໂລກ rotavirus.