ໃນເດືອນມີນາ 2021, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ລາຍງານພະຍາດໄຂ້ຫວັດສັດປີກ.
ການຕິດເຊື້ອໄວຣັດ A(H5N6) ໃນເດັກອາຍຸ 5 ປີ ທີ່ໄດ້ຖືກຄົ້ນຫາຜ່ານການເຝົ້າລະວັງເຄື່ອຄ່າຍໄຂ້ຫວັດ.
ນີ້​ແມ່ນ​ຄົນ​ທຳ​ອິດ​ທີ່​ຕິດ​ເຊື້ອ A(H5N6) ຢູ່​ນອກປະເທດ​ຈີນ. ການສືບສວນແມ່ນໄດ້ມີການຮວ່ມມືຈາກຫຼາຍພາກສວ່ນທີ່ໄດ້ດໍາເນີນການຕິດຕາມການກໍລະນີສຳຜັດໃກ້ຊິດ ແລະ ເສີມຂະຫຍາຍຄວາມເຂັ້ມແຂງຂອງການເຝົ້າລະວັງໄຂ້ຫວັດໃນຄົນ ແລະ ສັດ
ຢູ່ໃນບ້ານອ້ອມຂ້າງ ແລະ ຕະຫຼາດສົດທີ່ຂາຍນົກ ເປັດຈຳນວນ 7 ຕົວໄດ້ກວດພົບເຊື້ອໄວຣັດໄຂ້ຫວັດສັດປີກ A(H5N6). ພົບສາຍພັນຍ່ອຍຂອງເຊື້ອຈຸລະໂລກແມ່ນ clade 2.3.4.4h ແລະ ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບເຊື້ອຈຸລະໂລກທີ່ກວດພົບໃນ
ສັດປີກຢູ່ປະເທດຫວຽດນາມ ແລະ ເຊື້ອຈຸລະໂລກທີ່ກວດພົບໃນລາວຜ່ານມາ. ການເຝົ້າລະວັງ ແລະ
ການປະສານງານໃນໂຕ້ຕອບການລະບາດຍັງຄົງມີຄວາມຈຳເປັນຕໍ່ຄວາມປອດໄພດ້ານສຸຂະພາບໃນທົ່ວໂລກ.