ພະຍາດໄອໄກ່

ພະຍາດໄອໄກ່

ນິຍາມກໍລະນີ ພະຍາດໄອໄກ່ ແມ່ນຄົນເຈັບທີ່ມີອາການໄອແກ່ຍາວ ຢ່າງນ້ອຍ 2 ອາທິດ ແລະມີຢ່າງ ໜ້ອຍ 1 ອາການດັ່ງຕໍ່ໄປນີ້: ໄອເປັນຮູດຕໍ່ເນື່ອງ ມີສຽງຄາງໂກນ ເມື່ອເວລາຫັນໃຈເຂົ້າ ລາຍງານດ່ວນ ແລະ ສອບສວນ ທຸກໆກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ຕ້ອຍ​ຕົວຢ່າງ​ເຍື່ອ​ເມືອກ​ຮູດັງ​ດ້ານ​ໃນ…
ພະຍາດຄໍຕີບ

ພະຍາດຄໍຕີບ

ນິຍາມກໍລະນີ ພະຍາດຄໍຕີບ ແມ່ນຄົນ​ເຈັບ​ທີ່​ມີ​ອາການ​ອັກເສບ​ຫຼອດ​ສຽງ ຫຼື​ຮູ​ຄໍຫຼື​ຕ່ອມ​ອະ​ມິ​ດານ ແລະ ​ແຜ່ນ​ເຍື່ອ​ເມືອກ​ສີຂາວ​ຕິດ​ຢູ່​ເທິງຕ່ອມ​ອະ​ມິ​ດານ, ຮູ​ຄໍແລະ/ຫຼືໃນ​ຜົ້ງ​ດັງ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ຕ້ອຍຕົວຢ່າງເຍື່ອເມືອກຮູຄໍ(ບໍລິເວນທີ່ມີເຍື່ອເມືອກຂາວ) ໃສ່​ໃນ​ພູມ​ປູກ​ນຳ​ສົ່ງ Amies. ຖ້າ​ບໍ່​ມີ​ພູມ​ປູກ Amies ໃຫ້​ໃຊ້​ພູມ​ປູກ​ນຳ​ສົ່ງ​ຈຸ​ລິນ​ຊີ(Cary-Blair) ເກັບ​ຮັກສາ​ແລະ…
ບາດທະຍັກໃນທຸກກຸ່ມອາຍຸ

ບາດທະຍັກໃນທຸກກຸ່ມອາຍຸ

ນິຍາມກໍລະນີ ແມ່ນ ​ຄົນ​ເຈັບ​ທີ່​ມີ​ອາການ​ເຈັບ​ປັ້ນ​ກ້າມຊີ້ນ​ຢ່າງ​ກະທັນຫັນ ສ່ວນ​ຫຼາຍ​ ແມ່ນ ເຈັບ ຢູ່​ກ້າມຊີ້ນຄາງກະໄຕ ແລະ ​ກ້າມຊີ້ນ​ຄໍແລະ ​ມີ​ອາການປັ້ນ​ກ້າມຊີ້ນ ທົ່ວ​ຮ່າງກາຍ ແລະ/ຫຼື​ປະຫວັດ​ມີ​ບາດແຜ​ທີ່​ຖືກ​ປິດ ແລະ/ຫຼື​ບາດແຜ​ເປີດ​ຢູ່ພາກສ່ວນ​ໃດ​ໜື່ງ​ຂອງ​ຮ່າງກາຍ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ບໍ່ຈໍາເປັນຕ້ອງເກັບຕົວຢ່າງ
ບາດທະຍັກໃນເດັກນ້ອຍເກີດໃໝ

ບາດທະຍັກໃນເດັກນ້ອຍເກີດໃໝ

ນິຍາມກໍລະນີ ເດັກ​ເກີດ​ໃໝ່​ທີ່​ສາມາດ​ດູດ​ນົມ ແລະ ໄຫ້​ປົກກະຕິໃນ​ໄລຍະ 02 ມື້​ທໍາ​ອິດ, ຫຼັງ​ຈາກ​ນັ້ນ​ມື້​ທີ່ 3 ຫາ​ມື້​ທີ28 ເດັກ​ບໍ່​ສາມາດ​ດູດ​ນົມ​ໄດ້, ມີ​ອາການ​ຄໍ​ແຂງ ແລະ/ຫຼືມີ​ອາການ​ຊັກ ແລະ/ຫຼືເສຍ​ຊີ​ວິດ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ບໍ່ຈໍາເປັນຕ້ອງເກັບຕົວຢ່າງ