ໄຂ້ ແລະ ອອກຕຸ່ມຜື່ນແດງ

ໄຂ້ ແລະ ອອກຕຸ່ມຜື່ນແດງ

ນິຍາມກໍລະນີ ທຸກ​ກໍລະນີ​ທີ່​ມີ​ອາການ​ໄຂ້ແລະ ອອກ​ຕຸ່ມ​ຜື່ນ​ແດງ (ບໍ່​ແມ່ນ​ຕຸ່ມ​ໂພງໃສ) ຫຼື ຄົນ​ເຈັບ​ທີ່​ທ່ານໝໍ​ສົງໄສ​ເປັນ​ພະຍາດໝາກ​ແດງ​ໃຫ່ຍ ຫຼືໝາ​ກ​ແດງ​ນ້ອຍ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ເກັບ​ຕົວຢ່າງ​ເລືອດ​ລວມ​ໃສ່​ຫຼອດ​ເກັບ​ເຊ​ຣອມ (ບໍ່​ມີ​ສານ​ກັນ​ກ້າມ) ແລະ ແຍກ​ເອົາ​ເຊ​ຣອມ, ຕົວຢ່າງ​ຄວນ​ເກັບ​ພາຍ​ໃນ 28 ມື້​ພາຍຫຼັງ​ອອກ​ຕຸ່ມ-…
ລ່ອຍແຫຼວກະທັນຫັນ

ລ່ອຍແຫຼວກະທັນຫັນ

ນິຍາມກໍລະນີ ເດັກ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 15 ປີຊຶ່ງ​ມີອາການ​ລ່ອຍ​ແຫຼວ​ກະທັນຫັນ ຫຼືບຸກຄົນ​ໃດ​ກໍ່​ຕາມ ໂດຍ​ບໍ່​ຈຳກັດ​ອາຍຸມີ​ອາການ​ລ່ອຍ ຊຶ່ງ​ສົງໄສ​ວ່າ​ແມ່ນ ໂປ​ລິ​ໂອ​ທີ່​ມີ​ອາການ​ເລົ່າ​ນີ້:- ພາກສ່ວນ​ລ່ອຍ​ອ່ອນ​ແຮງ​ກະທັນຫັນ- ຖ້າ​ເປັນ​ຢູ່​ແຂນ ແລະ/ຫຼືຂາ ພາກ ສ່ວນ​ລ່ອຍ​ຍ່ອນ​ລົງ ແລະ ບໍ່​ສາມາດເຄື່ອນ​ໄຫວ​ແຂນ ແລະ/ຫຼືຂາ​ໄດ້- ຂໍ້​ຕໍ່​ຢູ່​ພາກສ່ວນ​ລ່ອຍ​ຈະ​ແອນ ຜິດ​ປົກກະຕິ- ກ່ອນ​ມີ​ອາການ​ລ່ອຍ​ອາດ​ມີ​ໄຂ້ຫຼືບໍ່​ມີ-…

ຄາດ​ຄະ​ເນ​ພາ​ລະ​ແຫ່ງ​ຊາດ​ຂອງການ​ເຂົ້າ​ໂຮງ​ໝໍ​ໃນ​ການ​ຕິດ​ເຊື້ອ​ລະ​ບົບ​ຫາຍ​ໃຈ​ຮ້າຍ​ແຮງ​ທີ່​ຕິດ​ພັນ​ກັບ​ໄຂ້​ຫວັດ​ໃຫຍ່​ໃນ ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ ປີ 2016

ຈຸດປະສົງ: ຄາດຄະເນພາລະຂອງພະຍາດໄຂ້ຫວັດໃຫຍ່ແມ່ນມີຄວາມຈໍາເປັນເພື່ອແຈ້ງກິດຈະກໍາປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດໃຫຍ່ຕາມລະດູການ, ລວມທັງການສະຫນັບສະຫນູນການພັດທະນານະໂຍບາຍການສັກຢາປ້ອງກັນທີ່ເຫມາະສົມ. ພວກເຮົາໄດ້ນຳໃຊ້ຂໍ້ມູນການເຝົ້າລະວັງກ່ຽວກັບການຕິດເຊື້ອທາງເດີນຫາຍໃຈແບບສ້ວຍແຫຼມ (SARI) ເພື່ອປະເມີນພາລະຂອງການນອນໂຮງໝໍທີ່ຕິດພັນກັບໄຂ້ຫວັດໃຫຍ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ວິທີການ: ໂດຍນຳໃຊ້ວິທີການທີ່ອົງການອະນາໄມໂລກ ພັດທະນາ, ພວກເຮົາໄດ້ລວມເອົາຂໍ້ມູນຈາກການກວດກາບັນທຶກຂອງໂຮງໝໍກັບຂໍ້ມູນການລະບາດ ແລະ ໄວຣັດຈາກການເຝົ້າລະວັງພະຍາດໄຂ້ຫວັດໃຫຍ່ແຕ່ວັນທີ 1 ມັງກອນ ຫາ 31…
ລັກ​ສະ​ນະ​ການ​ລະ​ບາດ ​ແລະ​ ເຊື້ອ​ໄວຣັສ​ໄຂ້ຫວັດໃຫຍ່ຕາມລະດູການ ແລະ ລະບາດຢູ່ ສປປ ລາວ 2008-2010

ລັກ​ສະ​ນະ​ການ​ລະ​ບາດ ​ແລະ​ ເຊື້ອ​ໄວຣັສ​ໄຂ້ຫວັດໃຫຍ່ຕາມລະດູການ ແລະ ລະບາດຢູ່ ສປປ ລາວ 2008-2010

ຂໍ້ມູນປະຫວັດຄວາມເປັນມາຂອງພະຍາດໄຂ້ຫວັດໃຫຍ່ ແລະ ການລະບາດຂອງ ສປປ ລາວ ແມ່ນມີຄວາມຈຳກັດ ແລະ ຮູບແບບຂອງໄຂ້ຫວັດໃຫຍ່ຕາມລະດູການຍັງບໍ່ທັນໄດ້ອະທິບາຍມາກ່ອນ. ຈຸດປະສົງເພື່ອອະທິບາຍລັກສະນະການລະບາດຂອງພະຍາດໄຂ້ຫວັດໃຫຍ່ໃນ ສປປ ລາວ ເພື່ອແນະນຳການແຊກແຊງທາງດ້ານສາທາລະນະສຸກ ລວມທັງການປັບປຸງການເຝົ້າລະວັງ ແລະ ການຕອບສະໜອງ. ຄົນເຈັບ/ວິທີການ ພວກເຮົາໄດ້ເຮັດການວິເຄາະຕົວຢ່າງທີ່ເອົາມາຈາກຄົນເຈັບທີ່ມີອາການຄ້າຍຄືໄຂ້ຫວັດໃຫຍ່ (ILI) (ໄຂ້…