ນິຍາມກໍລະນີ

ເດັກ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 15 ປີຊຶ່ງ​ມີອາການ​ລ່ອຍ​ແຫຼວ​ກະທັນຫັນ ຫຼືບຸກຄົນ​
ໃດ​ກໍ່​ຕາມ ໂດຍ​ບໍ່​ຈຳກັດ​ອາຍຸມີ​ອາການ​ລ່ອຍ ຊຶ່ງ​ສົງໄສ​ວ່າ​ແມ່ນ ໂປ​ລິ​ໂອ​ທີ່​ມີ​
ອາການ​ເລົ່າ​ນີ້:
– ພາກສ່ວນ​ລ່ອຍ​ອ່ອນ​ແຮງ​ກະທັນຫັນ
– ຖ້າ​ເປັນ​ຢູ່​ແຂນ ແລະ/ຫຼືຂາ ພາກ ສ່ວນ​ລ່ອຍ​ຍ່ອນ​ລົງ ແລະ ບໍ່​ສາມາດ
ເຄື່ອນ​ໄຫວ​ແຂນ ແລະ/ຫຼືຂາ​ໄດ້
– ຂໍ້​ຕໍ່​ຢູ່​ພາກສ່ວນ​ລ່ອຍ​ຈະ​ແອນ ຜິດ​ປົກກະຕິ
– ກ່ອນ​ມີ​ອາການ​ລ່ອຍ​ອາດ​ມີ​ໄຂ້ຫຼືບໍ່​ມີ
– ອາການ​ລ່ອຍ ສາມາດ​ເປັນ​ໄດ້​ຢູ່​ທຸກ ພາກສ່ວນ​ຂອງ​ຮ່າງກາຍ ລວມ​ທັງ
ກ້າມຊີ້ນ​ໃບ​ໜ້າ ແລະ ໜ້າ​ເອີກ

ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີ
ລາຍງານແບບປົກກະຕິ ປະ​ຈໍາ​ອາທິດ
ການເກັບຕົວຢ່າງ

– ເກັບ​ຕົວຢ່າງ​ອາຈົມ 2 ຄັ້ງ​ພາຍ​ໃນ 14 ມື້​ຫຼັງ​ຈາກ​ເລີ່ມ​ມີ​ອາການ​ລ່ອຍ; ຕົວຢ່າງ​ຄວນ​ຈະ​ເກັບ​ຫ່າງ​ກັນ 24-48 ຊົ່ວໂມງ .
– ໃສ່​ໃນ​ຫຼອດ​ອະ​ເຊື້ອ​ທຳ​ມະ​ດາ
– ເກັບ​ຮັກສາ ແລະ ນໍາ​ສົ່ງ​ຕົວຢ່າງ​ໃນ​ອຸນຫະພູມ 4 ໍC-8 ໍC(ໃນ​ກ່ອງ​ທີ່​ຈະ​ນໍາ​ສົ່ງ ນັ້ນ​ຕ້ອງ​ມີ​ບັ້ງ ນໍ້າ​ກ້ອນ​ຢ່າງ​ໜ້ອຍ 4 ກ້ອນ​ຂື້ນ​ໄປ)
– ສວລ ຈະ​ຕ້ອງ​ໄດ້​ຮັບ​ຕົວຢ່າງ​ພາຍ​ໃນ 24-48 ຊົ່ວໂມງ
– ການ​ກວດ​ທາງ​ດ້ານ​ວິເຄາະ​ໃນ​ເບື້ອງ​ຕົ້ນ
– ຊອກ​ຫາເຊື້​ອ​ຈຸ​ລະ​ໂລກ​ໂປ​ລິ​ໂອ​ເຖື່ອນ(Wild Polio virus)
– ຊອກ​ຫາເຊື້​ອ​ຈຸ​ລະ​ໂລກ​ໂປ​ລິ​ໂອ​ທີ່​ເກີດ​ຈາກ​ວັກ​ຊີ​ນ​ທີ່​ກ່ຽວ​ພັນ​ກັບ ພູມ​ຄຸ້ມ​ກັນ​ຕ່ຳ (Vaccine Derived Polio Virus)