ນິຍາມກໍລະນີ

ທຸກ​ກໍລະນີ​ທີ່​ມີ​ອາການ​ໄຂ້ແລະ ອອກ​ຕຸ່ມ​ຜື່ນ​ແດງ (ບໍ່​ແມ່ນ​ຕຸ່ມ​ໂພງໃສ) ຫຼື ຄົນ​ເຈັບ​ທີ່​ທ່ານໝໍ​ສົງໄສ​ເປັນ​ພະຍາດໝາກ​ແດງ​ໃຫ່ຍ ຫຼື
ໝາ​ກ​ແດງ​ນ້ອຍ.

ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີ
ລາຍງານແບບປົກກະຕິ ປະຈໍາອາທິດ
ການເກັບຕົວຢ່າງ

ເກັບ​ຕົວຢ່າງ​ເລືອດ​ລວມ​ໃສ່​ຫຼອດ​ເກັບ​ເຊ​ຣອມ (ບໍ່​ມີ​ສານ​ກັນ​ກ້າມ) ແລະ ແຍກ​ເອົາ​ເຊ​ຣອມ, ຕົວຢ່າງ​ຄວນ​ເກັບ​ພາຍ​ໃນ 28 ມື້​ພາຍຫຼັງ​
ອອກ​ຕຸ່ມ
– ຕ້ອຍ​ຕົວຢ່າງ​ເຍື່ອ​ເມືອກ​ຮູ​ຄໍພາຍ​ໃນ 5 ມື້ຫຼັງ​ມື້​ອອກ​ຕຸ່ມ
– ໃສ່​ຫຼອດ​ພູມ​ປູກ​ນໍາ​ສົ່ງ​ເຊື້ອ​ຈຸ​ລະ​ໂລກ (Viral Transport Medium (VTM))
– ເກັບ​ຮັກສາ ແລະ ນໍາ​ສົ່ງ​ຕົວຢ່າງ​ໃນ​ອຸນຫະພູມ 4 ໍC-8 ໍC (ໃນ​ກ່ອງ​ທີ່​ຈະ​ນໍາ​ສົ່ງ ນັ້ນ​ຕ້ອງ​ມີ​ບັ້​ງນໍ້າ​ກ້ອນ​ຢ່າງໜ້ອຍ 4 ກ້ອນ​ຂື້ນ​ໄປ)
– ສວລ ຈະ​ຕ້ອງ​ໄດ້​ຮັບ​ຕົວຢ່າງ​ພາຍ​ໃນ 24-48 ຊົ່ວໂມງ

ການກວດທາງດ້ານວິເຄາະໃນເບື້ອງຕົ້ນ

  • ຊອກຫາທາດກາຍຕ້ານຊະນິດ IgM ຕໍ່ເຊື້ອຈຸລະໂລກໜາກແດງໃຫ່ຍ (Measles)
  • ຊອກຫາທາດກາຍຕ້ານຊະນິດ IgM ຕໍ່ເຊື້ອຈຸລະໂລກໜາກແດງນ້ອຍ (Rubella)
    ໝາຍເຫດ: ເພື່ອ​ບົ່ງມະຕິ​ຈຳແນກ​ຊັດ​ເຈນ​ກະລຸນາ​ຖ່າຍຮູບ​ຈຸດ​ທີ່​ມີ​ຜື່ນ​ອອກ​ສົ່ງ​ໃຫ້​ໜ່ວຍ​ງານ​ລະບາດ ແລະ ສວລ.