ບາດທະຍັກໃນທຸກກຸ່ມອາຍຸ

ບາດທະຍັກໃນທຸກກຸ່ມອາຍຸ

ນິຍາມກໍລະນີ ແມ່ນ ​ຄົນ​ເຈັບ​ທີ່​ມີ​ອາການ​ເຈັບ​ປັ້ນ​ກ້າມຊີ້ນ​ຢ່າງ​ກະທັນຫັນ ສ່ວນ​ຫຼາຍ​ ແມ່ນ ເຈັບ ຢູ່​ກ້າມຊີ້ນຄາງກະໄຕ ແລະ ​ກ້າມຊີ້ນ​ຄໍແລະ ​ມີ​ອາການປັ້ນ​ກ້າມຊີ້ນ ທົ່ວ​ຮ່າງກາຍ ແລະ/ຫຼື​ປະຫວັດ​ມີ​ບາດແຜ​ທີ່​ຖືກ​ປິດ ແລະ/ຫຼື​ບາດແຜ​ເປີດ​ຢູ່ພາກສ່ວນ​ໃດ​ໜື່ງ​ຂອງ​ຮ່າງກາຍ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ບໍ່ຈໍາເປັນຕ້ອງເກັບຕົວຢ່າງ
ບາດທະຍັກໃນເດັກນ້ອຍເກີດໃໝ

ບາດທະຍັກໃນເດັກນ້ອຍເກີດໃໝ

ນິຍາມກໍລະນີ ເດັກ​ເກີດ​ໃໝ່​ທີ່​ສາມາດ​ດູດ​ນົມ ແລະ ໄຫ້​ປົກກະຕິໃນ​ໄລຍະ 02 ມື້​ທໍາ​ອິດ, ຫຼັງ​ຈາກ​ນັ້ນ​ມື້​ທີ່ 3 ຫາ​ມື້​ທີ28 ເດັກ​ບໍ່​ສາມາດ​ດູດ​ນົມ​ໄດ້, ມີ​ອາການ​ຄໍ​ແຂງ ແລະ/ຫຼືມີ​ອາການ​ຊັກ ແລະ/ຫຼືເສຍ​ຊີ​ວິດ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ບໍ່ຈໍາເປັນຕ້ອງເກັບຕົວຢ່າງ
ໄຂ້ ແລະ ອອກຕຸ່ມຜື່ນແດງ

ໄຂ້ ແລະ ອອກຕຸ່ມຜື່ນແດງ

ນິຍາມກໍລະນີ ທຸກ​ກໍລະນີ​ທີ່​ມີ​ອາການ​ໄຂ້ແລະ ອອກ​ຕຸ່ມ​ຜື່ນ​ແດງ (ບໍ່​ແມ່ນ​ຕຸ່ມ​ໂພງໃສ) ຫຼື ຄົນ​ເຈັບ​ທີ່​ທ່ານໝໍ​ສົງໄສ​ເປັນ​ພະຍາດໝາກ​ແດງ​ໃຫ່ຍ ຫຼືໝາ​ກ​ແດງ​ນ້ອຍ. ລາຍງານດ່ວນ ແລະ ສອບສວນ ທຸກກໍລະນີລາຍງານແບບປົກກະຕິ ປະຈໍາອາທິດການເກັບຕົວຢ່າງ ເກັບ​ຕົວຢ່າງ​ເລືອດ​ລວມ​ໃສ່​ຫຼອດ​ເກັບ​ເຊ​ຣອມ (ບໍ່​ມີ​ສານ​ກັນ​ກ້າມ) ແລະ ແຍກ​ເອົາ​ເຊ​ຣອມ, ຕົວຢ່າງ​ຄວນ​ເກັບ​ພາຍ​ໃນ 28 ມື້​ພາຍຫຼັງ​ອອກ​ຕຸ່ມ-…
ລ່ອຍແຫຼວກະທັນຫັນ

ລ່ອຍແຫຼວກະທັນຫັນ

ນິຍາມກໍລະນີ ເດັກ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 15 ປີຊຶ່ງ​ມີອາການ​ລ່ອຍ​ແຫຼວ​ກະທັນຫັນ ຫຼືບຸກຄົນ​ໃດ​ກໍ່​ຕາມ ໂດຍ​ບໍ່​ຈຳກັດ​ອາຍຸມີ​ອາການ​ລ່ອຍ ຊຶ່ງ​ສົງໄສ​ວ່າ​ແມ່ນ ໂປ​ລິ​ໂອ​ທີ່​ມີ​ອາການ​ເລົ່າ​ນີ້:- ພາກສ່ວນ​ລ່ອຍ​ອ່ອນ​ແຮງ​ກະທັນຫັນ- ຖ້າ​ເປັນ​ຢູ່​ແຂນ ແລະ/ຫຼືຂາ ພາກ ສ່ວນ​ລ່ອຍ​ຍ່ອນ​ລົງ ແລະ ບໍ່​ສາມາດເຄື່ອນ​ໄຫວ​ແຂນ ແລະ/ຫຼືຂາ​ໄດ້- ຂໍ້​ຕໍ່​ຢູ່​ພາກສ່ວນ​ລ່ອຍ​ຈະ​ແອນ ຜິດ​ປົກກະຕິ- ກ່ອນ​ມີ​ອາການ​ລ່ອຍ​ອາດ​ມີ​ໄຂ້ຫຼືບໍ່​ມີ-…